ບໍລິສັດ ຈັນທະລັກ ຮຸ່ງເຮືອງ ຂາເຂົ້າ-ຂາອອກ ຈຳກັດ ສ້າງຕັ້ງຂຶ້ນໂດຍທີມງານຄຸ້ມຄອງຄົນລາວ 100% ເຫັນໄດ້ເຖິງທ່າແຮງການຂະຫຍາຍຕົວຂອງຕະຫຼາດສິນຄ້າບໍລິໂພກພາຍໃນ. ດ້ວຍທຶນຈົດທະບຽນ 5 ຕື້ກວ່າກີບ, ບໍລິສັດໄດ້ມຸ່ງໝັ້ນພັດທະນາທຸລະກິດການນໍາເຂົ້າ ແລະ ສົ່ງອອກສິນຄ້າບໍລິໂພກທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັບການເສີມຂະຫຍາຍທ່າແຮງຂອງບຸກຄະລາກອນ, ພັດທະນາຍີ່ຫໍ້ ແລະ ສ້າງການເຕີບໂຕແບບຍືນຍົງໃຫ້ແກ່ອົງການ.
ຈາກການວິເຄາະຂໍ້ມູນຕະຫຼາດ ແລະ ພຶດຕິກຳຂອງຜູ້ບໍລິໂພກຢ່າງລະມັດລະວັງ, ບໍລິສັດໄດ້ຮັບຮູ້ເຖິງຄວາມຕ້ອງການສິນຄ້າບໍລິໂພກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ ສປປ ລາວ. ດັ່ງນັ້ນ, ບໍລິສັດຈຶ່ງໄດ້ເປີດໂຕຢ່າງເປັນທາງການໃນວັນທີ 10 ມັງກອນ 2024 ພ້ອມກັບການເປີດໂຕສິນຄ້າຍີ່ຫໍ້ຕ່າງໆເຊັ່ນ: ອາລິນ ລາດຊະວົງ, ຈົວປະມົງ, Doctor Serum ແລະ ທຸລະກິດຄວາມງາມ Medical Beauty Dr.Nok Center, ໂດຍໄດ້ຮັບກຽດຈາກທຸລະກິດ ບຸກຄົນທີ່ມີຊື່ສຽງ ແລະ ແຂກຜູ້ມີກຽດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ
ດ້ວຍຄວາມມຸ່ງໝັ້ນໃນການພັດທະນາ ແລະ ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ, ບໍລິສັດມຸ່ງໄປເຖິງການເປັນສ່ວນໜຶ່ງໃນການຊຸກຍູ້ເສດຖະກິດຂອງປະເທດ. ແລະສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວທຸກຄົນ


ຕັ້ງແຕ່ເລີ່ມຕົ້ນຈົນເຖິງທຸກວັນນີ້ ບໍລິສັດ ຈັນທະລັກ ຮຸ່ງເຮືອງ ຂາເຂົ້າ-ຂາອອກ ຈຳກັດ ໄດ້ສ້າງຊື່ສຽງໃຫ້ກັບປະເທດລາວດ້ວຍການສົ່ງອອກສິນຄ້າບໍລິໂພກທັງພາຍໃນ ແລະ ຕ່າງປະເທດ. ຈຸດປະສົງແມ່ນເພື່ອໃຫ້ເປັນທີ່ຮູ້ຈັກແລະຊະນະຫົວໃຈຂອງປະຊາຊົນໃນທົ່ວໂລກ. ດ້ວຍ ຄຸນນະພາບ ແລະ ເອກະລັກ, CTLHGROUP ໄດ້ກາຍເປັນຜູ້ຜະລິດອັນດັບໜຶ່ງທີ່ມີຍອດຂາຍສົ່ງອອກສູງສຸດໃນປະເທດ.

ໃນຕອນເລີ່ມຕົ້ນ
ບໍລິສັດ ຈັນທະລັກ ຮຸ່ງເຮືອງ ຂາເຂົ້າ-ຂາອອກ ຈຳກັດ ສ້າງຕັ້ງຂຶ້ນໂດຍທີມງານຄຸ້ມຄອງຄົນລາວ 100% ເຫັນໄດ້ເຖິງທ່າແຮງການຂະຫຍາຍຕົວຂອງຕະຫຼາດສິນຄ້າບໍລິໂພກພາຍໃນ. ດ້ວຍທຶນຈົດທະບຽນ 5 ຕື້ກວ່າກີບ, ບໍລິສັດໄດ້ມຸ່ງໝັ້ນພັດທະນາທຸລະກິດການນໍາເຂົ້າ ແລະ ສົ່ງອອກສິນຄ້າບໍລິໂພກທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັບການເສີມຂະຫຍາຍທ່າແຮງຂອງບຸກຄະລາກອນ, ພັດທະນາຍີ່ຫໍ້ ແລະ ສ້າງການເຕີບໂຕແບບຍືນຍົງໃຫ້ແກ່ອົງການ.
ຈາກການວິເຄາະຂໍ້ມູນຕະຫຼາດ ແລະ ພຶດຕິກຳຂອງຜູ້ບໍລິໂພກຢ່າງລະມັດລະວັງ, ບໍລິສັດໄດ້ຮັບຮູ້ເຖິງຄວາມຕ້ອງການສິນຄ້າບໍລິໂພກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ ສປປ ລາວ. ດັ່ງນັ້ນ, ບໍລິສັດຈຶ່ງໄດ້ເປີດໂຕຢ່າງເປັນທາງການໃນວັນທີ 10 ມັງກອນ 2024


ພ້ອມກັບການເປີດໂຕສິນຄ້າຍີ່ຫໍ້ຕ່າງໆເຊັ່ນ: ອາລິນ ລາດຊະວົງ, ຈົວປະມົງ, Doctor Serum ແລະ ທຸລະກິດຄວາມງາມ Medical Beauty Dr.Nok Center, ໂດຍໄດ້ຮັບກຽດຈາກທຸລະກິດ ບຸກຄົນທີ່ມີຊື່ສຽງ ແລະ ແຂກຜູ້ມີກຽດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ
ດ້ວຍຄວາມມຸ່ງໝັ້ນໃນການພັດທະນາ ແລະ ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ, ບໍລິສັດມຸ່ງໄປເຖິງການເປັນສ່ວນໜຶ່ງໃນການຊຸກຍູ້ເສດຖະກິດຂອງປະເທດ. ແລະສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວທຸກຄົນ
ແລະຄວາມພາກພູມໃຈ
ບໍລິສັດ ຈັນທະລັກ ຮຸ່ງເຮືອງ ຂາເຂົ້າ-ຂາອອກ ຈຳກັດ ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງລາວ. ດ້ວຍການນໍາເຂົ້າ ແລະ ສົ່ງອອກສິນຄ້າບໍລິໂພກທີ່ຫຼາກຫຼາຍ ແລະ ມີຄຸນນະພາບ. ພວກເຮົາເຊື່ອໝັ້ນໃນການສ້າງສາຍພົວພັນອັນດີກັບບັນດາຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ. ເພື່ອນຳສະເໜີຜະລິດຕະພັນທີ່ດີທີ່ສຸດໃຫ້ແກ່ຜູ້ບໍລິໂພກຂອງຄົນລາວ
ພວກເຮົາພູມໃຈກັບທີມງານລາວທີ່ມີຄວາມຮູ້ ແລະ ອຸທິດຕົນ. ສໍາລັບບໍລິສັດ ການຂະຫຍາຍຕົວແບບຍືນຍົງ ພວກເຮົາເຊື່ອໝັ້ນໃນການເຮັດວຽກຮ່ວມກັນດ້ວຍຄວາມຊື່ສັດ, ໂປ່ງໃສ ແລະ ຄວາມມຸ່ງໝັ້ນໃນການພັດທະນາ.
ຈະນໍາພາບໍລິສັດ ເພື່ອຄວາມສໍາເລັດ ແລະ ເປັນສ່ວນໜຶ່ງໃນການສ້າງຄວາມກ້າວໜ້າໃຫ້ແກ່ປະເທດຊາດ.
